top of page
__N_8417_edited.jpg

ກ່ຽວກັບພວກເຮົ

ສ່ວນໜຶ່ງຈາກອາເມລິກາເໜື້ອ

1) ອາຫານສົດໃໝ່-ມີຄຸນນະພາບສູງແລະກາເຟທີ່ຍອດຢ້ຽມ

ເຮົານຳໃຊ້ສ່ວນຜະສົມທີ່ດີທີ່ສຸດປະກອບອາຫານ ບໍ່ວ່າຈະເປັນເນີຍ New Zealand butter ທີ່ເຮົານຳເຂົ້າຈາກຕ່າງປະເທດ ຫຼື (ນ້ຳໝາກໜອດ)ທີ່ເຮົາ ຊື້້ໃນທ້ອງ ຖິ່ນຂອງ ລາວ ຫຼື ເມ​ນູ/ການປຸງຂື້ນ​ເປັນ​ພິ​ເສດ​ໃນ​ເຮືອນ​ຄົວ (ເຊັ່ນກະແລ້ມແຕ່ລະລົດຊາດທີ່ບໍ່ໃສ່ສານກັນບູດ) ສຳລັບກາເຟຂອງພວກເຮົາ, ປອດສານເຄມີ, ການຄ້າທີ່ຍຸດຕິທຳ, ແລະ ປູກຢູ່ພາກໃຕ້ຂອງລາວໂດຍການຮ່ວມມືຂອງຊຸມຊົນຊາວກະສິກອນ. ເມັດກາເຟສົດແມ່ນຈະຖືກຈັດສົ່ງໂດຍກົງໄປຍັງແຕ່ລະເມືອງທີ່ມີຮ້ານ ໂຈມາ ແລະຂົ້ວຢ່າງສົມບູນຢູ່ທີ່ນັ້ນໂດຍນັກຂົ້ວກາເຟທີ່ຊ່ຽວຊານໃນທ້ອງຖິ່ນ.

2) ລູກຄ້າຍອມຮັບແລະເພິ່ງພໍໃຈໃນການບໍລິການເປັນ​ພິ​ເສດ

ຈຸດມຸ້ງໝາຍຂອງເຮົາແມ່ນໃຫ້ບັນດາລູກຄ້າໄດ້ມີມື້ທີ່ດີດ້ວຍວິທີການຕ່າງໆ ບໍ່ວ່າຈະນ້ອຍ ຫຼື ໃຫຍ່. ບໍ່ວ່າທ່ານຈະເປັນຄົນຕ່າງປະເທດທີ່ບໍ່ໄດ້ລອງ ແຊນວິດສ໌ຣູເບັ້ນມາຫຼາຍປີແລ້ວ ຫຼື ເປັນ ນັກທ່ອງທ່ຽວທີ່ກໍາລັງຊອກຫາພື້ນທີ່ສະ ດວກເພື່ອພົບປະໝູ່ຄະນະທ່ອງທ່ຽວນຳກັນ. ພະນັກງານຂອງເຮົາໄດ້ຮັບການຝຶກອົບ ຮົມຢ່າງລະອຽດເພື່ອສະໜອງການບໍລິການທີ່ໄດ້ມາດຕະຖານສູງເຕັມດ້ວຍມິດໄມຕີແລະເປັນກັນເອງຢ່າງສະເໝີຕົ້ນສະເໝີປາຍ.

3) ເພີ້ມຂີດຄວາມສາມາດໃຫ້ຜູ້ຄົນ ແລະ ໃນຊຸນຊົນຮອບຕົວເຮົາ

ນີ້ຄື​ສິ່ງ​ທີ່​ເຮັດ​ໃຫ້ໂຈມາມີ​ຄວາມ​ແຕກ​ຕ່າງ. ດ້ວຍແຜນ 10% ຈາກຜົນກຳໄລ, ໂຈມາໄດ້ມອບເງິນ ກຳໄລ 10% ໃຫ້ກັບອົງການເພື່ອການກຸສົນໃນຊຸມຊົນທ້ອງຖິ່ນອ້ອມຮອບຮ້ານ ຂອງເຮົາ. ແລະພວກເຮົາຍັງເຮັດວຽກຮ່ວມກັບຫຼາຍໆອົງການຂອງ NGO, ລວມທັງອົງການ Hagar International, ເພື່ອສະໜອງການຝຶກອົບຮົມວຽກ ແລະ ໂອກາດການຈ້າງງານໃຫ້ແກ່ຜູ້ທີ່ດ້ອຍໂອກາດ ແລະ ຜູ້ເຄາະຮ້າຍຈາກການລ່ວງ ລະເມີດສິດທິມະນຸດ.

About: About Us

ກາເຟຂອງພວກເຮົາ

_DSC2061.jpg

ກາເຟຜະສົມ ໂຈມາ ມາຈາກປ່າຂຽວຊຸ່ມທີ່ມີຮົ່ມໄມ້ປົກຄຸມຈາກພູພຽງບໍລະເວນ ທາງພາກໃຕ້ຂອງປະເທດລາວເຊິ່ງຄອບຄົວຊາວກະສິກອນເຮັດວຽກເພື່ອຜະລິດ ເມັດກາເຟ Arabica ທີ່ມີຄຸນນະພາບສູງສຸດ. ຫຼາຍຄອບຄົວແມ່ນກຸ່ມຊົນເຜົ່າສ່ວນ ນ້ອຍ ແລະ ອາໄສການເກັບກ່ຽວກາເຟເປັນສ່ວນໃຫຍ່ເພື່ອຫາລາຍໄດ້ຂອງພວກເຂົາ.

ຕົ້ນກາເຟແມ່ນປູກກ້ອງຮົ່ມໄມ້ເຊິ່ງໝາຍຄວາມວ່າປ່າໄມ້ບໍ່ໄດ້ຮັບອັນຕະລາຍຈາກການ ປູກຕົ້ນກາເຟ. ແຕ່ວ່າປ່າໄມ້ໄດ້ຊ່ວຍຕົ້ນກາເຟໂດຍການໃຫ້ຮົ່ມເງົ່າທີ່ຈຳເປັນຫຼາຍ ຈາກການຮັບແສງແດດໂດຍກົງ, ແລະສ້າງຄວາມສົມດຸນຂອງທາດອາຫານໃນດິນ. ພູພຽງບໍລະເວນມີສະພາບດິນທີ່ອຳນວຍແກ່ການປູກກາເຟ ເປັນຕົ້ນແມ່ນດິນພູເຂົາໄຟ, ທີ່ຕັ້ງໃນລະດັບຄວາມສູງທີ່ເໝາະສົມ, ມີອຸນຫະພູມທີ່ເຢັນ, ແລະມີຝົນຕົກຢ່າງ ຫຼວງຫຼາຍ. ສະພາບແວດລ້ອມທີ່ມີປະໂຫຍດເຊິ່ງກັນແລະກັນນີ້ຍັງຊ່ອຍຮັກສາທີ່ ຢູ່ອາໄສທາງທຳມະຊາດຂອງນົກແລະແມງໄມ້ພື້ນເມືອງ. ແລະຍັງພົບວ່າກາເຟ Arabica ຈະເລີນເຕີບໂຕໄດ້ດີໃນອົງປະກອບຕ່າງໆເຫຼົ່ານີ້ ເຊິ່ງ​ເປັນ​ນຶ່ງ​ໃນຜົນຜະລິດຂອງກາເຟທີ່ຫາຍາກແລະໂດດເດັ່ນທີ່ສຸດໃນໂລກ.

ຕົ້ນກາເຟໃຊ້ເວລາ 4-5 ປີເພື່ອໃຫ້ເຖິງຊ້ວງເຕີບໃຫຍ່ເຕັມທີ່ ແລະ ໃຫ້ຜົນເກັບກ່ຽວໄດ້. ຫຼັງຈາກຕົ້ນອອກດອກ, ດອກຕູມຈະອອກໝາກກາເຟ“ cherry.” ເມື່ອ cherries ປ່ຽນເປັນສີແດງເຂັ້ມສົດໃສ, ພ້ອມໃຫ້ແກ່ການເກັບກ່ຽວ. ຊາວກະສິກອນລາວຈະຄັດເລືອກ ເອົາພຽງແຕ່ໜ່ວຍທີ່ດີທີ່ສຸດແລະສຸກທີ່ສຸດເພື່ອຮັບປະກັນຄຸນນະພາບ ແລະ ຄວາມສະໝຳສະເໝີໃນການຜະລິດ. ໝາກ cherries ສຸກຈະມີເມັດກາເຟສອງເມັດ ທີ່ປົກດ້ວຍຊັ້ນຕ່າງໆຫຼາຍຊັ້ນຊຶ່ງຈະຖືກຂັດລອກອອກໂດຍວິທີການປຸງແຕ່ງທີ່ ເປັນເອກະລັກສະເພາະເພື່ອໃຫໄດ້ເມັດທີ່ແຫ້ງພ້ອມໃຫ້ເຮົາ ນຳໄປຂົ້ວໄດ້.

ຫຼັງຈາກຄັດເລືອກເມັດກາເຟຂຽວແຫ້ງດີຕາມຂະໜາດ ແລະ ຂັດຈ້ອນເອົາເມັດທີ່ເສຍຫາຍອອກແລ້ວ, ຂະບວນການຂົ້ວກໍ່ຈະເລີ່ມຕົ້ນ. ເມັດສີຂຽວຈະໃຄ່ບວມໃຫຍ່ກວ່າຂະໜາດເດີມຂອງມັນເກືອບສອງເທົ່າແລະເລີ່ມປ່ຽນສີເມື່ອມັນຮັບຄວາມຮ້ອນ. ສີຂຽວອ່ອນໆປ່ຽນເປັນສີເຫຼືອງ, ຈາກນັ້ນເປັນສີອົບເຊີຍອ່ອນໆ, ແລະກາຍເປັນສີນ້ຳຕານເຂັ້ມຂື້ນເລື້ອຍໆຈົນ ກວ່າຈະຖືກນຳອອກຈາກຄວາມຮ້ອນ. ການຂົ້ວ(Roasting) ແມ່ນພາກສ່ວນໜຶ່ງທີ່ສຳ ຄັນຂອງການເຮັດໃຫ້ກາເຟແຊບ ແລະຕ້ອງ​ໃຊ້ທັກສະທີ່ເປັນເອກະລັກສະເພາະ. ຜູ້ຂົ້ວກາເຟ (Roastmaster) ແມ່ນຮັບຜິດຊອບໃນການບັນລຸບາງດ້ານ-ຂອງການ ຜະສົມຜະສານກາເຟ. Joma ໃຊ້ສະເພາະກາເຟ espresso ທີ່ຂົ້ວສົດໄໝ ທີ່ສຸດ ຈາກຜູ້ຂົ້ວກາເຟໃນທ້ອງຖິ່ນໂດຍກົງເພື່ອໃຫ້ທ່ານໄດ້ຮັບກາເຟຂອງລາວທີ່ມີຄຸນນະພາບສູງທີ່ສຸດ.

86420f_fe2f476eb7974c6cb5f1f2b9c9af9169_

ຄວາມເປັນມາຂອງເຮົາ

86420f_83a02e3d553149d98235c0b737823bcc.
bottom of page